ການແປເນື້ອຫາ/ການໃຫ້ນິຍາມຜະລິດຕະພັນ/AbuseFilter

From mediawiki.org
This page is a translated version of the page Content translation/Product Definition/AbuseFilter and the translation is 100% complete.

ເນື້ອຫາທີ່ສ້າງຂຶ້ນດ້ວຍການແປເນື້ອຫາຈະໄດ້ຮັບການປະເມີນໂດຍທຽບໃສ່ຕົວກອງວິກິໃນທ້ອງຖິ່ນ (ໃນລັກສະນະດຽວກັນກັບການແກ້ໄຂປົກກະຕິ). ວິກິທີ່ແຕກຕ່າງກັນຈະມີຊຸດຕົວກອງທີ່ແຕກຕ່າງກັນເພື່ອປ້ອງກັນການທຳລາຍຊັບສິນ ແຕ່ບາງຄັ້ງພວກມັນກໍຜິດພາດໃນການລະບຸເນື້ອຫາທີ່ຖືກຕ້ອງຕາມກົດໝາຍ (ພວກມັນອ່ອນໄຫວຕໍ່ລິ້ງພາຍນອກ ແລະ ຜູ້ໃຊ້ໃໝ່ເປັນພິເສດ).

ການແປເນື້ອຫາຈະພະຍາຍາມກວດສອບຄວາມສົມເຫດສົມຜົນຂອງການແປພາສາເມື່ອທ່ານແກ້ໄຂ ແລະ ເຕືອນທ່ານກ່ຽວກັບບັນຫາໃນການແປພາສານັ້ນທີ່ມັນພົບເຫັນໂດຍຕົວກອງວິກິພາສາເປົ້າໝາຍ. ທ່ານຈະເຫັນປ້າຍເຕືອນໃນຖັນເຄື່ອງມືຂອງຕົວແກ້ໄຂການແປພາສາ. ພວກເຮົາແນະນໍາໃຫ້ແກ້ໄຂບັນຫາດັ່ງກ່າວກ່ອນທີ່ຈະຕີພິມການແປພາສາ.

ວິທີແກ້ໄຂບັນຫາ

ຄຳເຕືອນຈະສະແດງຂຶ້ນເມື່ອການແປພາສາມີເນື້ອຫາທີ່ບໍ່ເໝາະສົມສຳລັບວິກິເປົ້າໝາຍ. ໃນກໍລະນີນີ້, ຕົວກອງຈາກວິກິພິເດຍພາສາແອັດສະປາຍໄດ້ຄົ້ນພົບລິ້ງຢູທູບທີ່ເປັນບັນຫາ. ທ່ານຈຳເປັນຕ້ອງລຶບພວກມັນອອກຈາກວັກແປພາສາຂອງທ່ານເພື່ອແກ້ໄຂບັນຫາດັ່ງກ່າວ. ຈາກປ້າຍເຕືອນ, ທ່ານສາມາດຂໍລາຍລະອຽດເພີ່ມເຕີມ ແລະ ຕິດຕໍ່ຜູ້ແກ້ໄຂຂອງວິກິພີເດຍພາສາແອັດສະປາຍເພື່ອສົນທະນາກໍລະນີຂອງທ່ານ ຖ້າຈຳເປັນ.

ປ້າຍເຕືອນໃນຖັນເຄື່ອງມືຈະມີຂໍ້ມູນ ແລະ ລິ້ງໄປຫາເອກະສານຢ່າງລະອຽດສຳລັບບັນຫາດັ່ງກ່າວ.

ບັນຫາບາງຢ່າງເປັນຄຳເຕືອນ, ແຕ່ບັນຫາອື່ນໆຈະປ້ອງກັນບໍ່ໃຫ້ທ່ານຕີພິມການແປພາສາດັ່ງກ່າວເປັນບົດຄວາມສະບັບໃໝ່. ເມື່ອທ່ານຕີພິມ, ເຄື່ອງມືການແປເນື້ອຫາຈະແຈ້ງໃຫ້ທ່ານຮັບຊາບວ່າການຕີພິມລົ້ມເຫຼວ. ສິ່ງນີ້ບໍ່ໄດ້ໝາຍຄວາມວ່າຄວາມພະຍາຍາມສູນເປົ່າ. ການແປພາສາຂອງທ່ານຈະຖືກບັນທຶກໄວ້ກັບການແປເນື້ອຢູ່ສະເໝີ. ຂໍ້ຄວາມຜິດພາດຈະມີລາຍລະອຽດກ່ຽວກັບບັນຫາທີ່ປ້ອງກັນບໍ່ໃຫ້ທ່ານຕີພິມ. ພະຍາຍາມແກ້ໄຂຂໍ້ຜິດພາດນັ້ນ (ຫຼື ລຶບເນື້ອຫາທີ່ໜ້າສົງໄສ) ແລະ ລອງຕີພິມໃໝ່. ມັນຈະສຳເລັດ.

ເພື່ອທີ່ຊ່ວຍໃຫ້ຜູ້ໃຊ້ລາຍອື່ນໆບໍ່ມີບັນຫາທີ່ຄ້າຍຄືກັນ, ທ່ານສາມາດລາຍງານບັນຫາທີ່ທ່ານມີຕໍ່ຜູ້ດູແລລະບົບທີ່ຮັບຜິດຊອບຕົວກອງເພື່ອປັບປ່ຽນພວກມັນ. ກວດເບິ່ງພາກສ່ວນຢູ່ຂ້າງລຸ່ມສຳລັບຂໍ້ມູນເພີ່ມເຕີມ.

ຂໍ້ມູນເພີ່ມເຕີມ